ຮູ້ທັນຄົນຂີ້ຕົວະ
ຄົນເຮົາຍອມປະຕິເສດການຂີ້ຕົວະບໍ່ໄດ້ທຸກຄົນຕ້ອງມີສິ່ງນີ້ແນ່ນອນແຕ່ຖ້າຄົນຂີ້ຕົວະຈະສະແດງພິລຸດອອກມາແບບແປກໆເຮົາມີເຂັບລັບພິສູດຄົນຂີ້ຕວົະໄດ້.
ເຂົາແນມເບິ່ງຕາເຈົ້າຫລາຍໆຄັ້ງ
ຄົນຂີ້ຕົວະມັກຈະແນ່ມເບິ່ງໜ້າເຈົາເວລາຕອບຄຳຖາມເພື່ອສະແດງຄວາມຈິ່ງໃຈໃນການຕອບຄຳຖາມ. ແຕ່ໃຫ້ເຈົ້າຈ້ອງເບິ່ງຕາເຂົາຄືນ ແລ້ວເຂົາຈະມີສີໜ້າແບບແຫ້ງໆ.
ເຂົານັ່ງມິດງຽບ
ເມື່ອໃດກໍ່ຕາມທີ່ເຈົ້າຖາມເຂົາແບບງ່າຍໆເຊັ່ນ: ມື້ຄືນນີ້ເຈົ້າໄປໃສມາ? ຖ້າເຂົາມິດຫລືເຮັດທຳທ່າບໍ່ໄດ້ຍິນ ຫລື ເວົ້າຄຳຖາມຂອງເຈົ້າຄືນ ກ່ອນຈະຕອບສະແດງວ່າເຂົາກຳລັງຫາຂໍ້ແກ້ໂຕ.
ໃຫ້ເຂົາເລົ່າເຫດການຄືນຫລັງ
ຖ້າເຈົ້າຄິດວ່າເຂົາກຳລັງເລົ່າດ້ວຍທ່າທີ່ໜ້າສົງໄສເຈົ້າຈົ່ງພະຍາຍາມຖາມຄຳຖາມແບບກົດດັນເຂົາ ກ່ຽວກັບເຫດການນັ້ນໆ ແບບບໍ່ລຽງລຳດັບເຫດການ ຫລື ຖາມສັບໄປສັບມາ ເພາະວ່າຄົນທີ່ເວົ້າຂີ້ຕົວະນັ້ນຈະສາມາດເລົ່າເລື່ອງຕາມລຳດັບໄດ້ເປັນຢ່າງດີ ແຕ່ບໍ່ສາມາດຕອບຄຳຖາມແບບສັບໄປສັບມາໄດ້.
ສັງເກດທີ່ບ່າໄຫລ່
ຖ້າເຂົາກຳລັງເວົ້າເຖິງບາງສິ່ງບາງຢ່າງເຊິ່ງເບິ່ງຄືໜັກແໜ້ນຈິງຈັງ ແຕ່ເວລານັ້ນເຂົາສຳພັດຕີງບ່າໄຫລ່ອາດຈະເປັນຂ້າງຊ້າຍ ຫລື ຂວາ ແລ້ວຫລຽວໜີໄປທາງອື່ນອາການແບບນີ້ບົງບອກວ່າເຂົາຮູ້ສຶກບໍ່ຮັບຮູ້ ຫລື ບໍ່ມີຄວາມແນ່ນອນກັບສິ່ງທີ່ເຂົາເວົ້າໄປ.
ລີ້ນບໍ່ສາມາດເຊື່ອງຄວາມຂີ້ຕົວະໄດ້
ຖ້າເຈົ້າຖາມຄຳຖາມບາງຂໍ້ກັບຜູ້ໃດຜູ້ໜຶ່ງ ແລ້ວທັນໃດນັ້ນເຂົາກໍ່ແລບລີ້ນ ຫລື ເລຍຮີມສົບກ່ອນຕອບ ສະແດງວ່າ ເຂົາກຳລັງພະຍາຍາມຫາທາງຫລົບຫລີກການຕອບຄຳຖາມຂອງເຈົ້າ.
ການໃຊ້ມືປິດບັງຄວາມຂີ້ຕົວະ
ສ່ວນໃຫ່ຍຄົນຂີ້ຕົວະຈະບໍ່ມັກໃຫ້ເຈົ້າກວດພົບຄວາມພິດປົກກະຕິໃນໂຕເຂົາໄດ້ຊັດເຈນ ສະນັ້ນເຂົາຈະໃຊ້ວິທີເອົາມືປົກປິດໃບໜ້າເຊັ່ນ: ເອົາມືຈັບດັງ, ສີຫູສີຕາ ຫລື ເອົາມືຈັບຄາງ ເພື່ອບິດເບື່ອນຄຳເວົ້າທີ່ອອກມາຈາກປາກຂອງເຂົາ.
ລອງເອົາໄປໃຊ້ເບິ່ງເດີ້ແຕ່ຢ່າເຊື່ອທິດສະດີນີ້ຈົນຕາຍໂຕເດີ້ບາງເທື່ອແຟນຂອງເຈົ້າອາດມັກເຮັດອາການແບບນີ້ມາແຕ່ເກີດເຈົ້າອາດຈະຫາວ່າເຂົາຂີ້ຕົວະ ແລະ ອາດຈະພາໃຫ້ຜິດຖຽງກັນ.
ไม่มีความคิดเห็น:
แสดงความคิดเห็น